Savanh asset management Co.,LTD
Mobile phone: 856 20 9799 4598
Email address: bpoumarath@yahoo.com
ຮ່າງສັນຍາຊື້-ຂາຍ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
------------------
ສັນຍາຊື້-ຂາຍສິດນຳໃຊ້ທີ່ດິນ
( ແບບຜ່ອນຊຳລະ 12 ຫາ 24 ເດືອນ )
ເຮັດທີ່ບ້ານ...........................ເມືອງ...........................ແຂວງ.........................
ເມື່ອວັນທີ..........ເດືອນ...........ປີ............
ລະຫວ່າງ
ຝ່າຍທີ 1 : ທ່ານ................................ ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ ......................ເມືອງ....................... ແຂວງ........................ໂທລະສັບ:.....................
ແລະ ທ່ານ................................ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ .....................ເມືອງ....................... ແຂວງ.......................ໂທລະສັບ:.......................
ຊຶ່ງເປັນຝ່າຍຂາຍ, ຕໍ່ໄປໃນສັນຍາເອີ້ນວ່າ ຝ່າຍ ກ.
ຝ່າຍທີ 2 : ທ່ານ..................................ອາຍຸ.....ປີ. ປັດຈຸບັນຢູ່ເຮືອນເລກທີ.............ໜ່ວຍທີ.............
ບ້ານ...........................ເມືອງ.............................ແຂວງ............................ຖືບັດປະຈຳຕົວ
ເລກທີ.........................ລົງວັນທີ..........................ປັດສະປອດເລກທີ....................................
ລົງວັນທີ......................ສຳມະໂນຄົວເລກທີ....................ລົງວັນທີ.........................................
ໂທລະສັບ:...........................................ຊຶ່ງເປັນຝ່າຍຊື້,ຕໍ່ໄປ ໃນສັນຍາເອີ້ນວ່າຝ່າຍ ຂ.
ຄູ່ສັນຍາທັງສອງຝ່າຍຕົກລົງເຮັດສັນຍານີ້ໂດຍມີເງື່ອນໄຂລາຍລະອຽດດັ່ງຕໍ່ໄປນີ້:
ຂໍ້ທີ 1. ທັງສອງຝ່າຍຕົກລົງຊື້-ຂາຍທີ່ດິນຊຶ່ງຕັ້ງຢູ່ບ້ານ ໂພນສະຫວ່າງໃຕ້ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ຈຳນວນ.............ຕອນ ຕາມໃບຕາດິນເລກທີ .................... ວັນທີ................ ມູນຄ່າ.............................ບາດ(..........................................)
ຂໍ້ທີ 2. ຝ່າຍ ຂ ຕົກລົງຊຳລະໃຫ້ຝ່າຍ ກ ດັ່ງນີ້:
2.1 ຈ່າຍຄ່າຄ້ຳປະກັນສັນຍາ 2% ຂອງມູນຄ່າຕາມຂໍ້ 1 ແລະ ນີ້ຖືວ່າເປັນສ່ວນໜຶ່ງ
ຂອງການຊຳລະງວດທີ 1 ຕາມຂໍ້ 2.2 ຂອງສັນຍາສະບັບນີ້.
2.2 ຊຳລະງວດທີ 1 ຈຳນວນ .............................ບາດ (......................................)
ພາຍໃນ 07 ວັນ ຫຼັງເຊັນສັນຍາສະບັບນີ້.
2.3 ສ່ວນທີ່ຍັງຄ້າງຈຳນວນ...........................ບາດ ພ້ອມດ້ວຍດອກເບັ້ຍ......%ຕໍ່ປີ
ຈະຊຳລະລວມກັນເປັນ........ງວດໆລະ............... ບາດ(....................................)
ໂດຍຊຳລະທຸກ ໆ ວັນທີ............ຂອງທຸກເດືອນເລີ້ມຕັ້ງແຕ່ວັນທີ...........................
ເລື້ອຍ ໆ ໄປ ຈົນເຖິງວັນທີ................................
2.4 ໃນການຊຳລະແຕ່ລະງວດນັ້ນ, ໃຫ້ຝ່າຍ ຂ ຖອກເງິນເຂົ້າບັນຊີເລກທີ......................
...........................................ຊື່ບັນຊີ..............................................................
ທີ່ທະນາຄານ......................................................ສາຂາສະຫວັນນະເຂດ.
ຫຼັງຈາກຖອກເງິນເຂົ້າບັນຊີຢູ່ທະນາຄານແລ້ວ ໃຫ້ນຳເອົາຫຼັກຖານການຖອກເງິນ ໄປ
ມອບໃຫ້ຝ່າຍ ກ ເພື່ອອອກໃບຮັບເງິນ.
ຂໍ້ທີ 3. ເມື່ອຝ່າຍ ຂ ໄດ້ຊຳລະຕາມຂໍ້ 2.2 ແລ້ວ, ຝ່າຍ ກ ຍິນດີໃຫ້ເຂົ້າເຮັດການປຸກສ້າງໄດ້. ສ່ວນສິດນຳໃຊ້ທີ່ດິນນັ້ນ ຝ່າຍ ກ ຈະໄດ້ຈົດທະບຽນໂອນໃຫ້ພາຍຫຼັງການຊຳລະສະສາງກວມອັດຕາ 50% ຂອງ
ມູນຄ່າທັງໝົດຕາມຂໍ້ 2.3 ແລະໃບຕາດິນຈະໄດ້ມອບໃຫ້ຝ່າຍ ຂ ພາຍຫຼັງຊຳລະສະສາງຄົບຖ້ວນ 100%.
ຂໍ້ທີ 4 ຖ້າຝ່າຍ ຂ ບໍ່ມາຊຳລະຕາມກຳນົດໃນຂໍ້ 2.2, ສັນຍາສະບັບນີ້ຈະຖືກຍົກເລີກ ແລະ ເງິນຄ້ຳປະກັນສັນຍາຕາມຂໍ້ 2.1 ຖືວ່າເປັນຄ່າປັບໄໝ. ຖ້າຝ່າຍ ຂ ຊຳລະແຕ່ລະງວດຕາມຂໍ້ 2.3 ຊັກຊ້າເກີນ 7 ວັນ, ຝ່າຍ ຂ ຍິນຍອມໃຫ້ຝ່າຍ ກ ຫັກເອົາຄ່າປັບໄໝຈາກເງິນທີ່ຊຳລະແລ້ວນັ້ນ 2% ຂອງໜີ້ທີ່ຈ່າຍຊັກຊ້າ. ຖ້າຝ່າຍ ຂ ບໍ່ຊຳລະເປັນເວລາສາມງວດຕິດຕໍ່ກັນ ໂດຍບໍ່ແຈ້ງເຫດຜົນອັນສົມຄວນໃຫ້ແກ່ຝ່າຍ ກ ຊາບ ເປັນລາຍລັກອັກສອນແລ້ວ, ຖືວ່າຝ່າຍ ຂ ໄດ້ສະຫຼະສິດໃນການຊື້ ແລະ ຍິນຍອມມອບສິດໃຫ້ຝ່າຍ ກ ຂາຍສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ(ຖ້າມີ)ຕໍ່ໃຫ້ຄົນອື່ນໄດ້, ໂດຍຝ່າຍ ຂ ຈະບໍ່ຫຍຸ້ງກ່ຽວ ກັບການຂາຍແຕ່ປະການໃດ . ຫຼັງຈາກຂາຍແລ້ວໃຫ້ຝ່າຍ ກ ສົ່ງເງິນຄືນໃຫ້ຝ່າຍ ຂ 50% ຂອງຈຳນວນທີ່ໄດ້ຊຳລະຕາມຂໍ້ 2.2 ແລ້ວເທົ່ານັ້ນ, ສ່ວນເງິນຂາຍສິ່ງປຸກສ້າງໄດ້ເທົ່າໃດ ແມ່ນມອບໃຫ້ຝ່າຍ ຂ ທັງໝົດ. ກົງກັນຂ້າມ, ໃນກໍລະນີຝ່າຍ ຂ ຊຳລະສະສາງແຕ່ລະງວດຖືກຕ້ອງຕາມກຳນົດ, ຝ່າຍ ກ ຍິນດີຫັກດອກເບ້ຍອອກ 15%, ຫາກຊໍາລະກ່ອນກໍານົດ ຍິນດີຫັກດອກເບັ້ຍອອກ 30%.
ຂໍ້ທີ 5. ຄ່າທຳນຽມ, ຄ່າອາກອນ ແລະ ຄ່າໃຊ້ຈ່າຍຕ່າງ ໆ ຕາມຫຼັກການ ໆ ໂອນສິດນຳໃຊ້ທີ່ດິນ ເປັນ ໜ້າທີ່ຮັບຜິດຊອບຂອງຝ່າຍ ກ ແຕ່ພຽງຝ່າຍດຽວ.
ຂໍ້ທີ 6. ຫາກຄູ່ສັນຍາຝ່າຍໃດໜຶ່ງຜິດສັນຍາ ຝ່າຍນັ້ນຕ້ອງຈ່າຍຄ່າເສຍຫາຍ ແລະ ຄ່າໃຊ້ຈ່າຍໃນການໃຊ້ ສິດທວງຖາມ ຕະຫລອດເຖິງຄ່າທຳນຽມຕ່າງ ໆ ທີ່ກ່ຽວຂ້ອງໃຫ້ອີກຝ່າຍໜຶ່ງ.
ສັນຍານີ້ ເຮັດຂຶ້ນເປັນສາມສະບັບມີຂໍ້ຄວາມກົງກັນ ຊຶ່ງຄູ່ສັນຍາໄດ້ອ່ານ ແລະ ເຂົ້າໃຈທຸກຂໍ້ ຄວາມດີແລ້ວ ແລະ ເຫັນວ່າຖືກຕ້ອງຕາມເຈດຕະນາຂອງຕົນ ຈຶ່ງລົງລາຍເຊັນໄວ້ຕໍ່ໜ້າພະຍານ ເພື່ອເປັນຫຼັກຖານຕໍ່ໄປ.
ຊື່ ແລະ ລາຍເຊັນຜູ້ຂາຍ ຊື່ ແລະ ລາຍເຊັນຜູ້ຊື້
..................................................(ຜູ້ຈັດສັນພັດທະນາທີ່ດິນ) ........................................
..................................................(ເຈົ້າຂອງສິດນຳໃຊ້ທີ່ດິນ) ນາຍບ້ານ.......................(ບ່ອນດິນຕັ້ງຢູ່)
ພະຍານ:
1. ຊື່ແຈ້ງ................................ລາຍເຊັນ.................
2. ຊື່ແຈ້ງ................................ລາຍເຊັນ.................
3. ຊື່ແຈ້ງ................................ລາຍເຊັນ.................
.........................................................................................................................................................................
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
------------------
ສັນຍາຊື້-ຂາຍສິດນຳໃຊ້ທີ່ດິນ
( ແບບຜ່ອນຊຳລະ 6 ເດືອນ )
ເຮັດທີ່ບ້ານ...........................ເມືອງ...........................ແຂວງ.........................
ເມື່ອວັນທີ..........ເດືອນ...........ປີ............
ລະຫວ່າງ
ຝ່າຍທີ 1 : ທ່ານ................................ ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ ......................ເມືອງ....................... ແຂວງ........................ໂທລະສັບ:.....................
ແລະ ທ່ານ................................ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ .....................ເມືອງ....................... ແຂວງ.......................ໂທລະສັບ:.......................
ຊຶ່ງເປັນຝ່າຍຂາຍ, ຕໍ່ໄປໃນສັນຍາເອີ້ນວ່າ ຝ່າຍ ກ.
ຝ່າຍທີ 2 : ທ່ານ..................................ອາຍຸ.....ປີ. ປັດຈຸບັນຢູ່ເຮືອນເລກທີ.............ໜ່ວຍທີ.............
ບ້ານ...........................ເມືອງ.............................ແຂວງ............................ຖືບັດປະຈຳຕົວ
ເລກທີ.........................ລົງວັນທີ..........................ປັດສະປອດເລກທີ....................................
ລົງວັນທີ......................ສຳມະໂນຄົວເລກທີ....................ລົງວັນທີ.........................................
ໂທລະສັບ:...........................................ຊຶ່ງເປັນຝ່າຍຊື້,ຕໍ່ໄປ ໃນສັນຍາເອີ້ນວ່າຝ່າຍ ຂ.
ຄູ່ສັນຍາທັງສອງຝ່າຍຕົກລົງເຮັດສັນຍານີ້ໂດຍມີເງື່ອນໄຂລາຍລະອຽດດັ່ງຕໍ່ໄປນີ້:
ຂໍ້ທີ 1. ທັງສອງຝ່າຍຕົກລົງຊື້-ຂາຍທີ່ດິນຊຶ່ງຕັ້ງຢູ່ບ້ານ ໂພນສະຫວ່າງໃຕ້ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ຈຳນວນ.............ຕອນ ຕາມໃບຕາດິນເລກທີ .................... ວັນທີ................ ມູນຄ່າ.............................ບາດ(..........................................)
ຂໍ້ທີ 2. ຝ່າຍ ຂ ຕົກລົງຊຳລະໃຫ້ຝ່າຍ ກ ດັ່ງນີ້:
2.1 ຈ່າຍຄ່າຄ້ຳປະກັນສັນຍາ 2% ຂອງມູນຄ່າຕາມຂໍ້ 1 ແລະ ນີ້ຖືວ່າເປັນສ່ວນໜຶ່ງ
ຂອງການຊຳລະງວດທີ 1 ຕາມຂໍ້ 2.2 ຂອງສັນຍາສະບັບນີ້.
2.2 ຊຳລະງວດທີ 1 ຈຳນວນ .............................ບາດ (......................................)
ພາຍໃນ 07 ວັນ ຫຼັງເຊັນສັນຍາສະບັບນີ້.
2.3 ສ່ວນທີ່ຍັງຄ້າງຈຳນວນ...........................ບາດ ຈະຊຳລະເປັນ........ງວດ ໆ
ລະ............... ບາດ(....................................)
ໂດຍຊຳລະທຸກ ໆ ວັນທີ............ຂອງທຸກເດືອນເລີ້ມຕັ້ງແຕ່ວັນທີ...........................
ເລື້ອຍ ໆ ໄປ ຈົນເຖິງວັນທີ................................
2.4 ໃນການຊຳລະແຕ່ລະງວດນັ້ນ, ໃຫ້ຝ່າຍ ຂ ຖອກເງິນເຂົ້າບັນຊີເລກທີ......................
...........................................ຊື່ບັນຊີ..............................................................
ທີ່ທະນາຄານ......................................................ສາຂາສະຫວັນນະເຂດ.
ຫຼັງຈາກຖອກເງິນເຂົ້າບັນຊີຢູ່ທະນາຄານແລ້ວ ໃຫ້ນຳເອົາຫຼັກຖານການຖອກເງິນ ໄປ
ມອບໃຫ້ຝ່າຍ ກ ເພື່ອອອກໃບຮັບເງິນ.
ຂໍ້ທີ 3. ເມື່ອຝ່າຍ ຂ ໄດ້ຊຳລະຕາມຂໍ້ 2.2 ແລ້ວ, ຝ່າຍ ກ ອະນຸຍາດໃຫ້ເຂົ້າເຮັດການປຸກສ້າງໄດ້. ສ່ວນສິດນຳໃຊ້ທີ່ດິນນັ້ນ ຝ່າຍ ກ ຈະໄດ້ຈົດທະບຽນໂອນໃຫ້ພາຍຫຼັງການຊຳລະສະສາງກວມອັດຕາ 50% ຂອງ
ມູນຄ່າທັງໝົດຕາມຂໍ້ 2.3 ແລະໃບຕາດິນຈະໄດ້ມອບໃຫ້ຝ່າຍ ຂ ພາຍຫຼັງຊຳລະສະສາງຄົບຖ້ວນ 100%.
ຂໍ້ທີ 4 ຖ້າຝ່າຍ ຂ ບໍ່ມາຊຳລະຕາມກຳນົດໃນຂໍ້ 2.2, ສັນຍາສະບັບນີ້ຈະຖືກຍົກເລີກ ແລະ ເງິນຄ້ຳປະກັນສັນຍາຕາມຂໍ້ 2.1 ຖືວ່າເປັນຄ່າປັບໄໝ. ຖ້າຝ່າຍ ຂ ຊຳລະແຕ່ລະງວດຕາມຂໍ້ 2.3 ຊັກຊ້າເກີນ 7 ວັນ, ຝ່າຍ ຂ ຍິນຍອມໃຫ້ຝ່າຍ ກ ຫັກເອົາຄ່າປັບໄໝຈາກເງິນທີ່ຊຳລະແລ້ວນັ້ນ 2% ຂອງໜີ້ທີ່ຈ່າຍຊັກຊ້າ. ຖ້າຝ່າຍ ຂ ບໍ່ຊຳລະເປັນເວລາສາມງວດຕິດຕໍ່ກັນ ໂດຍບໍ່ແຈ້ງເຫດຜົນອັນສົມຄວນໃຫ້ແກ່ຝ່າຍ ກ ຊາບ ເປັນລາຍລັກອັກສອນແລ້ວ, ຖືວ່າຝ່າຍ ຂ ໄດ້ສະຫຼະສິດໃນການຊື້ ແລະ ຍິນຍອມມອບສິດໃຫ້ຝ່າຍ ກ ຂາຍສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ(ຖ້າມີ)ຕໍ່ໃຫ້ຄົນອື່ນໄດ້, ໂດຍຝ່າຍ ຂ ຈະບໍ່ຫຍຸ້ງກ່ຽວ ກັບການຂາຍແຕ່ປະການໃດ . ຫຼັງຈາກຂາຍແລ້ວໃຫ້ຝ່າຍ ກ ສົ່ງເງິນຄືນໃຫ້ຝ່າຍ ຂ 50% ຂອງຈຳນວນທີ່ໄດ້ຊຳລະຕາມຂໍ້ 2.2 ແລ້ວເທົ່ານັ້ນ, ສ່ວນເງິນຂາຍສິ່ງປຸກສ້າງໄດ້ເທົ່າໃດ ແມ່ນມອບໃຫ້ຝ່າຍ ຂ ທັງໝົດ. ກົງກັນຂ້າມ, ໃນກໍລະນີຝ່າຍ ຂ ຊຳລະສະສາງແຕ່ລະງວດຖືກຕ້ອງຕາມກຳນົດ, ຝ່າຍ ກ ຍິນດີຫັກດອກເບ້ຍອອກ 15%, ຫາກຊໍາລະກ່ອນກໍານົດ ຍິນດີຫັກດອກເບັ້ຍອອກ 30%.
ຂໍ້ທີ 5. ຄ່າທຳນຽມ, ຄ່າອາກອນ ແລະ ຄ່າໃຊ້ຈ່າຍຕ່າງ ໆ ຕາມຫຼັກການ ໆ ໂອນສິດນຳໃຊ້ທີ່ດິນ ເປັນ ໜ້າທີ່ຮັບຜິດຊອບຂອງຝ່າຍ ກ ແຕ່ພຽງຝ່າຍດຽວ.
ຂໍ້ທີ 6. ຫາກຄູ່ສັນຍາຝ່າຍໃດໜຶ່ງຜິດສັນຍາ ຝ່າຍນັ້ນຕ້ອງຈ່າຍຄ່າເສຍຫາຍ ແລະ ຄ່າໃຊ້ຈ່າຍໃນການໃຊ້ ສິດທວງຖາມ ຕະຫລອດເຖິງຄ່າທຳນຽມຕ່າງ ໆ ທີ່ກ່ຽວຂ້ອງໃຫ້ອີກຝ່າຍໜຶ່ງ.
ສັນຍານີ້ ເຮັດຂຶ້ນເປັນສາມສະບັບມີຂໍ້ຄວາມກົງກັນ ຊຶ່ງຄູ່ສັນຍາໄດ້ອ່ານ ແລະ ເຂົ້າໃຈທຸກຂໍ້ ຄວາມດີແລ້ວ ແລະ ເຫັນວ່າຖືກຕ້ອງຕາມເຈດຕະນາຂອງຕົນ ຈຶ່ງລົງລາຍເຊັນໄວ້ຕໍ່ໜ້າພະຍານ ເພື່ອເປັນຫຼັກຖານຕໍ່ໄປ.
ຊື່ ແລະ ລາຍເຊັນຜູ້ຂາຍ ຊື່ ແລະ ລາຍເຊັນຜູ້ຊື້
..................................................(ຜູ້ຈັດສັນພັດທະນາທີ່ດິນ) ........................................
..................................................(ເຈົ້າຂອງສິດນຳໃຊ້ທີ່ດິນ) ນາຍບ້ານ.......................(ບ່ອນດິນຕັ້ງຢູ່)
ພະຍານ:
1. ຊື່ແຈ້ງ................................ລາຍເຊັນ.................
2. ຊື່ແຈ້ງ................................ລາຍເຊັນ.................
3. ຊື່ແຈ້ງ................................ລາຍເຊັນ.................
......................................................................................................................................................................
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
------------------
ສັນຍາຊື້-ຂາຍສິດນຳໃຊ້ທີ່ດິນ
( ແບບຊຳລະເງິນສົດ )
ເຮັດທີ່ບ້ານ...........................ເມືອງ...........................ແຂວງ.........................
ເມື່ອວັນທີ..........ເດືອນ...........ປີ............
ລະຫວ່າງ
ຝ່າຍທີ 1 : ທ່ານ................................ ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ ..........................ເມືອງ........................... ແຂວງ...........................ໂທລະສັບ:..........
ແລະ ທ່ານ................................ອາຍຸ .... ປີ. ປັດຈຸບັນຢູ່ເຮືອນເລກທີ ........ ໜ່ວຍທີ ...........
ບ້ານ ..........................ເມືອງ........................... ແຂວງ...........................ໂທລະສັບ:..........
ຊຶ່ງເປັນຝ່າຍຂາຍ, ຕໍ່ໄປໃນສັນຍາເອີ້ນວ່າ ຝ່າຍ ກ.
ຝ່າຍທີ 2 : ທ່ານ..................................ອາຍຸ.....ປີ. ປັດຈຸບັນຢູ່ເຮືອນເລກທີ.............ໜ່ວຍທີ.............
ບ້ານ...........................ເມືອງ.............................ແຂວງ............................ຖືບັດປະຈຳຕົວ
ເລກທີ.........................ລົງວັນທີ..........................ປັດສະປອດເລກທີ....................................
ລົງວັນທີ......................ສຳມະໂນຄົວເລກທີ....................ລົງວັນທີ.........................................
ໂທລະສັບ:...........................................ຊຶ່ງເປັນຝ່າຍຊື້,ຕໍ່ໄປ ໃນສັນຍາເອີ້ນວ່າຝ່າຍ ຂ.
ຄູ່ສັນຍາທັງສອງຝ່າຍຕົກລົງເຮັດສັນຍານີ້ໂດຍມີເງື່ອນໄຂລາຍລະອຽດດັ່ງຕໍ່ໄປນີ້:
ຂໍ້ທີ 1. ຝ່າຍ ກ ຕົກລົງຂາຍ ແລະ ຝ່າຍ ຂ ຕົກລົງຊື້ທີ່ດິນຊຶ່ງຕັ້ງຢູ່ບ້ານ ໂພນສະຫວ່າງໃຕ້ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ ຈຳນວນ.............ຕອນ ຕາມໃບຕາດິນເລກທີ ............. ວັນທີ..................... ໃນລາຄາ.............................ບາດ(..........................................)
ຂໍ້ທີ 2. ຝ່າຍ ຂ ຕົກລົງຈ່າຍໃຫ້ຝ່າຍ ກ ດັ່ງນີ້:
2.1 ຈ່າຍຄ່າຄ້ຳປະກັນສັນຍາໃນອັດຕາ 2% ຂອງມູນຄ່າຕາມຂໍ້ 1
ເປັນຈຳນວນເງິນ..................ບາດ(..................................) ແລະນີ້ຖືວ່າເປັນ
ເງິນຈ່າຍກ່ອນສ່ວນໜຶ່ງຂອງການຈ່າຍງວດທີ 1 ຫຼື ເປັນເງິນຄ່າປັບໄໝໃນກໍລະນີ
ບໍ່ມາຈ່າຍເງິນງວດ 1 ຕາມຂໍ້ 2.2 ຂອງສັນຍາສະບັບນີ້.
2.2 ຈ່າຍສ່ວນທີ່ເຫຼືອເປັນ 2 ງວດ ດັ່ງນີ້:
ງວດທີ
ອັດຕາຈ່າຍ
ກຳນົດເວລາຈ່າຍ
1 78%=................ບາດ ຈ່າຍພາຍໃນ 15ວັນ ຫຼັງຈາກເຊັນເອກະສານໂອນຮອດຂັ້ນບ້ານ
2 20%=................ບາດ ຈ່າຍພາຍໃນ 15ວັນ ຫຼັງຈາກຈົດທະບຽນໂອນສຳເລັດ
2.3 ໃນການຊຳລະແຕ່ລະງວດນັ້ນ, ໃຫ້ຝ່າຍ ຂ ຖອກເງິນເຂົ້າບັນຊີເລກທີ......................
...........................................ຊື່ບັນຊີ..............................................................
ທີ່ທະນາຄານ......................................................ສາຂາສະຫວັນນະເຂດ.
ຫຼັງຈາກຖອກເງິນເຂົ້າບັນຊີຢູ່ທະນາຄານແລ້ວ ໃຫ້ນຳເອົາຫຼັກຖານການຖອກເງິນ ໄປ
ມອບໃຫ້ຝ່າຍ ກ ເພື່ອອອກໃບຮັບເງິນ.
ຂໍ້ທີ 3. ໃນກໍລະນີຝ່າຍ ຂ ຊໍາລະຄົບຖ້ວນ ແລະ ຖືກຕ້ອງຕາມກໍານົດເວລາຕາມທີ່ໄດ້ລະບຸໄວ້ໃນຂໍ້ທີ 2.1 ແລະ 2.2 ຂອງສັນຍາສະບັບນີ້, ຝ່າຍ ກ ຍິນດີຫັກສົ່ງຄືນໃຫ້ແກ່ຝ່າຍ ຂ ໃນອັດຕາ 2% ຂອງມູນຄ່າທັງໝົດ. ກົງກັນຂ້າມ, ກໍລະນີຝ່າຍ ຂ ຊຳລະສະສາງຊັກຊ້າເກີນກຳນົດ ຝ່າຍ ຂ ຍິນດີຈ່າຍເພີ້ມ 2% ຂອງມູນຄ່າທີ່ຄ້່າງຈ່າຍທັງໝົດ.
ຂໍ້ທີ 4. ການແລ່ນໂອນສິດນຳໃຊ້, ຄ່າທຳນຽມ, ຄ່າອາກອນ ແລະ ຄ່າໃຊ້ຈ່າຍຕ່າງ ໆ ຕາມຫຼັກການ ເປັນໜ້າທີ່ຮັບຜິດຊອບຂອງຝ່າຍ ກ ແຕ່ພຽງຝ່າຍດຽວ ແລະ ໃຫ້ສຳເລັດພາຍໃນ 60 ວັນ ຫຼັງຈາກຝ່າຍ ຂ ຈ່າຍເງິນງວດທີ 1. ຫາກບໍ່ສຳເລັດຕາມກຳນົດນີ້ ຝ່າຍ ກ ຍິນຍອມຫຼຸດຄ່າທີ່ດິນລົງ 5%, ຍົກເວັ້ນການຊັກຊ້ານັ້ນ ແມ່ນເກີດຈາກເຫດສຸດວິໃສ ຫຼື ດ້ວຍເຫດຜົນທາງດ້ານລັດຖະການ.
ຂໍ້ທີ 5. ຫາກຄູ່ສັນຍາຝ່າຍໃດໜຶ່ງຜິດສັນຍາ ຝ່າຍນັ້ນຕ້ອງຈ່າຍຄ່າເສຍຫາຍ ແລະ ຄ່າໃຊ້ຈ່າຍໃນການ ໃຊ້ສິດທວງຖາມ ຕະຫລອດເຖິງຄ່າທຳນຽມຕ່າງ ໆ ທີ່ກ່ຽວຂ້ອງໃຫ້ອີກຝ່າຍໜຶ່ງ.
ສັນຍານີ້ ເຮັດຂຶ້ນເປັນສາມສະບັບມີຂໍ້ຄວາມກົງກັນ ຄູ່ສັນຍາໄດ້ອ່ານ ແລະ ເຂົ້າໃຈທຸກຂໍ້ຄວາມດີ ແລ້ວ ເຫັນວ່າຖືກຕ້ອງຕາມເຈດຕະນາຂອງຕົນ ຈຶ່ງລົງລາຍເຊັນໄວ້ເປັນຫຼັກຖານຕໍ່ໜ້າພະຍານ ແລະ ຕ່າງ ຝ່າຍຕ່າງຖືໄວ້ຝ່າຍລະສະບັບ.
ຊື່ ແລະ ລາຍເຊັນຜູ້ຂາຍ ຊື່ ແລະ ລາຍເຊັນຜູ້ຊື້
..................................................(ຜູ້ຈັດສັນພັດທະນາທີ່ດິນ) ........................................
..................................................(ເຈົ້າຂອງສິດນຳໃຊ້ທີ່ດິນ)
ນາຍບ້ານ.............(ບ່ອນດິນຕັ້ງຢູ່)